ໂລກໄຟຫນ້າຝົນ

ເຂົ້າສູ່ລະດູຝົນແລ້ວກໍຈະມີໂຣກຕາມລະດູເຂົ້າມາ ເຊິ່ງໂຣກທີ່ຮ້າຍແຮງໃນຊ່ວງນີ້ທີ່ເປັນໄພຕໍ່ລູກຫຼານຂອງເຮົາກໍຄື: ໂຣກໄຂ້ເລືອດອອກ ແລະ ໄຂ້ຫວັດໃຫຍ່.
ໂຣກໄຂ້ຫວັດໃຫຍ່: ເປັນໜຶ່ງໃນໂຣກລະບົບທາງເດີນຫາຍໃຈທີ່ມີອາການໄອ, ມີໄຂ້ສູງ, ມີນ້ຳມູກ, ອ່ອຍເພຍ, ເຈັບຄໍ ແລະ ອື່ນໆ. ສາມາດຕິດຕໍ່ກັນໄດ້ຈາກການຫາຍໃຈ, ໄອ ແລະ ຈາມ. ຜູ້ປ່ວຍສ່ວນຫຼາຍຈະແມ່ນເດັກນ້ອຍອາຍຸ 0-9 ປີ.
ໂຣກໄຂ້ເລືອດອອກ: ເກີດຈາກເຊື້ອໄວຣັສເດງກີ (Dengue Virus) ທີ່ມີຍຸງລາຍເປັນໂຕນຳເຊື້ອ, ເຊິ່ງມັກຈະໄປວາງໄຂ່ໃສ່ບ່ອນທີ່ມີນ້ຳຂັງ. ຖ້າຫາກຖືກຍຸງທີ່ມີເຊື້ອກັດແມ່ນຈະມີໄຂ້ຂຶ້ນສູງ, ມີອາການອ່ອນເພຍ, ອາຈຽນ, ເຈັບທ້ອງ ແລະ ອື່ນໆ. ເມື່ອເຄີຍເປັນແລ້ວກໍສາມາດເປັນໄດ້ຖ້າຫາກເຮົາຮັບເຊື້ອຈາກສາຍພັນທີ່ຕ່າງອອກໄປ ແລະ ມີອາການຮຸນແຮງກວ່າເກົ່າ.
ສະນັ້ນ, ສຳລັບພໍ່ແມ່ຜູ້ປົກຄອງຄວນຕິດຕາມລູກຫຼານຢ່າງໃກ້ຊິດ, ຄວນສັກຢາເພື່ອກັນໄຂ້ຫວັດໃຍ່ໃຫ້ແກ່ພວກເຂົາ ເພາະສາມາດປ້ອງກັນໄດ້ສູງເຖິງ 60% ແລະ ຄວນອະນາໄມອ້ອມແອ້ມບ້ານບໍ່ໃຫ້ມີນ້ຳຂັງທີ່ເປັນບ່ອນແຜ່ພັນຂອງຍຸງລາຍ. ຂໍຂອບໄຈບົດຄວາມຈາກເພຈ
https://www.facebook.com/agl.allianz

ไม่มีความคิดเห็น:
แสดงความคิดเห็น